Bacon Friday

ຣີວິວຕາມໃຈແຕ່ຈິງໃຈ~ 😉ບໍ່ຈົກຕາ

Photos from Bacon Friday's post 21/02/2024

ຈາກຜູ້ທົດລອງໃນມຶ້ນັ້ນສູ່ຂາປະຈຳໃນມື້ນີ້ 🫶🏻🧋 HugCha Laos

Photos from Bacon Friday's post 09/02/2024

ຄັ້ງທຳອິດກັບການມາລອງ M Food and Hotpot ບອກເລີຍ~ ຈຶ້ງ! ທັງຫມົດໃນໂຕະນີ້ພຽງ 249,000ກີບ🥹 ກິນສອງຄົນບອກອີກເລີຍແຫນ້ນ! ແນະນຳມາ 2-3ຄົນຈະພໍດີ 🥘
(ເຫັນວ່າໂປຣນີ້ມີຈຳກັດຮີບໄປລອງເນີ້)

🫶🏻ສ່ວນຕົວແລ້ວມັກການບໍລິການຫນ້າຮັກທັນສະໄຫມສາມາດກົດສັ່ງຜ່ານຄິວອາໂຄ້ດ
🫶🏻ຫ້ອງກວ້າງຂວາງສະອາດມີໃຫ້ເລືອກຫຼາຍໂຊນ
🫶🏻ມີແຈ່ວໃຫ້ເລືອກຕັກຟຼີບໍ່ອັ້ນພັນແຈ່ວ
🫶🏻ມີຫ້ອງ VIP ນຳໃດ໋
🫶🏻ເມນູຫຼາຍແຮງເລືອກສັ່ງໄດ້ເນີ້ຖ້າບໍ່ຢາກລອງແບບເປັນເຊັດກະສັ່ງເມນູດ່ຽວໄດ້

ສະຖານທີ່: https://maps.app.goo.gl/H9mSxQLHLc3fv3gHA?g_st=ic
(ຂ້າງຮ້ານເຝີເເຊບ ສາຂາທາດດໍາ)
ເບີໂທຕິດຕໍ່: +856 20 92 214 707 ☎️

Photos from Bacon Friday's post 20/01/2024

🥩🍝🫕 ຄົບເຄື່ອງເລື່ອງຄາວຫວານຕ້ອງຮ້ານນີ້ Le Khem Khong
🥹🫶🏻 ແຊບແທ້ກາລັນຕີທຸກຈານ~

Photos from Bacon Friday's post 20/01/2024

ຝາກທ້ອງກັບເຂົ້າຈີ່ PVO Vietnamese Restaurant 🥙
ຝາກຄວາມສົດຊື່ນກັບກີວີ່ໂຊດາ BrewHub Cafe 🍵

Photos from Bacon Friday's post 20/01/2024

🥹 ໄປຢູ່ໃສມາຄືຫາກະຮູ້ຈັກຮ້ານ HugCha Laos ທີ່ຈິງໃຈ~
⭐️ ຢາກກົດດາວຄວາມແຊບໃຫ້ແບບອັນລິມິດ~
📍ພິກັດຢູ່ໃກ້ສະພາແຫ່ງຊາດ ສອບຖາມເພີ່ມເຕີມຄຼິກເຂົ້າໃນເພຈເພິ່ນໄດ້ເນີ້

Photos from Bacon Friday's post 07/01/2024

ສີແດງໆສົ້ມໆ ~ ທີ່ຈິງໃຈ 🥩 🥓 🍣 🐟 🤤
📍Top Supermarket Plaza Udon Thani

07/01/2024

FCຊາກາມື~ ລົດຊາດຊາແຊບແທ້ຕົ້ນຕຳຫຼັບ
🥹ຢາກໂຫວດໃຫ້ມາເປີດຢູ່ລາວຫຼາຍທີ່ສຸດ🫶🏻
ChaTraMue 🧡
ຈອກນີ້ 45.- THB

Photos from Bacon Friday's post 07/01/2024

🫶🏻ຄົ້ນພົບຂອງດີເມືອງອຸດອນອີກ1ຮ້ານທີ່ຢາກມອບມົງໃຫ້ທີ່ສຸດ~ 👑
ຮ້ານ ตี้อี สุกี้หม่าล่า สายพาน
🥘ຮ້ານສຸກີ້ສາຍພານທີ່ເປັນເມນູຂາຍດ່ຽວໆ ກິນເທົ່າໃດຄິດໄລ່ເທົ່ານັ້ນ ລາຄາເລີ່ມຕົ້ນໄມ້ລະ 5ບາດ
🥹ຢາກຂໍຮ້ອງອ້ອນວອນໃຫ້ຈັດໂປຣບຸບເຟ້ແນ່ອີຫຼີຢາກກິນຈຸກໆແບບບໍ່ນັບໄມ້ 😂
•ເມນູຈຸ່ມມີໃຫ້ເລືອກຫຼາຍກ່ອນ 100+++ ລາຍການ
•ເມນູນ້ຳກະມີໃຫ້ເລືອກຫຼາຍກວ່າ 30+++ ລາຍການ
•ນ້ຳຊຸບກະມີໃຫ້ເລືອກຫຼາຍກວ່າ 8ແບບ ລາຄາ 49ບາດເຕີມບໍ່ອັ້ນ
•ນ້ຳແຈ່ວກະເລີດ~ ລາຄາຖ້ວຍລະ 29ບາດຕັກບໍ່ອັ້ນ
(ໃຈແທ້ກະຢາກໃຫ້ແຖມແຈ່ວ 😆)

📌พิกัดมิลเพลสโพศรี หน้าคอนโดลุมพินีอุดร
(🚗ที่จอดรถเยอะมาก👍🏻)

เปิดทุกวัน 12.00-22.00น.📲 085-507-9499
#หม่าล่าสายพาน #หม่าล่า #ชาบู #ต้นตํารับ #อุดรธานี #ของอร่อยเมืองอุดร

Photos from Bacon Friday's post 07/01/2024

🫶🏻 ເລີ່ມຕົ້ນ2024 ດ້ວຍເມນູຮິດຕະຫຼອດການກັບຮ້ານ Mala Hotpot Buffet 🥩 🥓 🍤 🍣
ບຸບເຟ້ລາຄາ 189,000

ຈຳກັດເວລາ 2ຊົ່ວໂມງ
ບັນຍາກາດຮ້ານດີແອເຢັນປະຫນຶ່ງເມືອງຫນາວ 😬 🥶
ເມນູຫຼາຍສຸດໆ ~
🥩 ພິເສດແມ່ນຊີ້ນນຳເຂົ້າຈາກຕ່າງປະເທດ 😍
🦐ອາຫານທະເລກະມີເນີ້ ກຸ້ງ ຫອຍ ປູ
🍧ສາຍຫວານກະມາ ເພາະມີກະແລ້ມ ມີນ້ຳໃຫ້ກົດເຕີມໄດ້ບໍ່ອັ້ນ
🫶🏻ທັງຫມົດລວມຢູ່ນີ້ໃນລາຄາດຽວ ຈ່າຍ ຈົບ ຄົບ ຄຸ້ມ 🤤

ແຊບດີຕີລັງກາຮັບປະກັນ 🙉

Photos from Bacon Friday's post 16/12/2023

ເຝີແຊບແຖວປາກຊາບກະເສດນາບົງ~
ເຫັນວ່າເປັນຮ້ານຮິດເມນູຮ໊ອດປະຈຳຊາວແກ໊ງຄະນະກະເສດສາດເລີຍແຫລະ~
📌ພິກັດ ຮ້ານອາຫານສາມເອື້ອຍນ້ອງໜ້າໂຮງຮຽນປະຖົມ
🫶🏻ມາລອງໄດ້ເນີ້ແຊບຈິງຕີລັງກາກະລັນຕີເລີຍນິ 😆

Photos from Bacon Friday's post 16/12/2023

🫶🏻 ຫຼາຍໆຄົນທີ່ເປັນສິດເກົ່າຢູ່ວິທະຍາໄລເຕັກນິກແຂວງວຽງຈັນຄືຈະຄຸ້ນເຄີຍກັບຮ້ານອ້າຍຊ້າງດີ
🏡 ຮ້ານຕູບໃນຕຳນານ
🥹 10ປີລະຕິເບາະທີ່ບໍ່ມາພົບພໍ້ຍັງແຊບສະເຫມີບໍ່ມີປ່ຽນ

📌ພິກັດໃກ້ຂົວປາກກະຍຸງ ຫຼືໃກ້ຕະຫຼາດນາເຄືອ ເມືອງໂພນໂຮງ ແຂວງວຽງຈັນເດີ ໃຜກາຍໄປກາຍມາແຖວນີ້ຖາມຄົນພື້ນທີ່ໄດ້ຮ້ານອ້າຍຊ້າງຢູ່ໃສໃຜກະຮູ້😋

Photos from Bacon Friday's post 16/12/2023

2ຄວາມແຊບຈາກສຸດຍອດ 2ຮ້ານໃນດວງກາຍດວງໃຈ
🍕 PDR - Pizza Da Roby
🍜 AnXin MalaTang 安心麻辣烫

📌ໄປຕາມພິກັດໄດ້ໃນເພຈທີ່ແປະໄວ້ເນີ້

Photos from Bacon Friday's post 16/12/2023

ເມນູບ້ານໆ ທີ່ລົດຊາດ~ ຈັດຈ້ານ 🔥

Photos from Bacon Friday's post 16/12/2023

ພິກັດອາຫານເຊົ້າທີ່ ຊຽງຄານ ເດັດຈິງຄົນແຫນ້ນຈົນຕ້ອງໄດ້ຕໍ່ຄິວ
🫶🏻 ແນະນຳສອງເມນູເດັດ ໂຈ໊ກ&ເຂົ້າປຽກເສັ້ນ
☕️ ຍັງອີກຫຼາກຫຼາຍເມນູໄວ້ໃຫ້ເລືອກກິນ ຊາ ກາເຟ ຫນົມປັງ ຫນົມຄູ່ ເຮັດໄດ້ດ້ວຍໂຕເອງ ~(ບໍ່ຟຼີ )
ນ້ຳດື່ມຟຼີ ✅
📌ຕິດຖະຫນົມຄົນເດີນ ຖ້າມາຈາກດ່ານແມ່ນຮ້ານຕິດວັດຮ້ານທີ່1 ຊ້າຍມື 😋

🍃ໃຜຈະໄປຊຽງຄານຊ່ວງນີ້ແນະນຳຈອງທີ່ພັກລ່ວງຫນ້າເພາະຖ້າໄປຍ່າງຊອກເອົາຈະເຕັມແບບເຕັມທຸກຊອກທຸກຊອຍ ເຂົາປະສົບພົບພໍ້ມາແລ້ວ ຈົນໄດ້ອອກໄປນອນເຂດຊານເມືອງ 😂

Photos from Bacon Friday's post 16/12/2023

K-Chicken ຮ້ານໄກ່ເກົາຫຼີທີ່ມີຕຳຫມາກຮຸ່ງ ແລະ ຫນັງໄກ່ທອດກອບ 🤤 ແຊບແບບ Non-Stop ຫຍຸດກິນບໍ່ໄດ້ແທ້ໃດ໋
ປລ: ຈົນລືມຖ່າຍຮູບຕຳແລະທອດຫນັງໄກ່ ໃຜຫາພິກັດຄວາມແຊ່ບຕ້ອງໄປລອງ~
ປລ1: ຕ໊ອກບົກກີກະແຊບ ຄືທຸກຢ່າງດີໄປຫມົດ ຈົນຖ່າຍຮູບມາອວດໄດ້ຊ່ຳນີ້ ແຕ່ກະຢາກບອກຕໍ່ຄວາມແຊບຫັ່ນນະ 😆

📌ຢູ່ໃກ້ໆກ໊ອກໆໂພນສີນວນ ຫຼື ກົງກັນຂ້າມກັບໂຮງແຮມດວງປະເສີດເລີຍ~

Photos from Bacon Friday's post 16/12/2023

ແວະຝາກທ້ອງທີ່ງານ Staff Party ປະຈຳປີຂອງຫ້ອງການ 🤤

Photos from Bacon Friday's post 05/12/2023

ເຝີແຊບທາດຂາວໃນຕຳນານ🥹
ໄປຢູ່ໃສມາຄືຫາຊິໄດ້ກິນ~ ຍົກຂຶ້ນຫີ້ງໃຫ້ເປັນ ເດິເບັສແຫ່ງເຝີໃນວຽງຈັນ~ ແຊບຈິງ ເຄື່ອງແຫນ້ນຈັງ ມາເຕັມທັງຊີ້ນ ຍໍ່ ລູກຊີ້ນ ຫຼອດລົມງົວ ແຈ່ວສຸກີ້ ຜັກສົດ🍜

ລາຄາ ນ້ອຍ 35,000
ກາງ 45,000
ໃຫຍ່ 55,000
ມີແຈ່ວສຸກີ້ຂາຍ ມີຊຸດເຝີດິບທີ່ສັ່ງກັບບ້ານຫຼືສັ່ງຊື້ໄປຝາກເດີນທາງໄກໄດ້ເດີ 📌

ປລ:ໃນຮູບຖ້ວຍນ້ອຍເນີ້ສັ່ງພິເສດປົນຫມູກອບໄດ້ນຳ 😋
📍ຮ້ານເຝີປ້າບົວຮອງ ຢູ່ຕິດໄຟແດງທາດຂາວຂ້າງຮ້ານປັ່ນຫມາກໄມ້ແຊບໆຫຼາຍໆຟາກຂວາມືທີ່ມາຈາກວົງວຽນຄູວຽງ

Photos from Bacon Friday's post 25/11/2023

🫶🏻ຮ້ານຄາເຟ່ COFF & FARM 🫶🏻🥹
ຍົກໃຫ້ເປັນຄາເຟ້ທີ່ໃຊ້ຄຳວ່າຫນ້າຮັກໄດ້ເປືອງແຮງ~
🛖 ໂທນຮ້ານສີຂາວ&ຕົບແຕ່ງດ້ວຍໄມ້ຟິວອົບອຸ່ນ
🌲ໂທນສີຂຽວຈາກຕົ້ນໄມ້ອ້ອມຮອບ
☁️ ກ້ອນເມກ ແລະ ທ້ອງຟ້າໂອບອ້ອມ
☀️ 🌌 ວິວທັງຕອນກາງເວັນ ແລະ ກາງຄືນ ເບີ່ງຄືຫນ້າຫຼົງໄຫຼໄປຫມົດ ~ 🫶🏻
ທາງຮ້ານມີທັງເມນູເຄ້ກ ແລະ ເຄື່ອງດື່ມພ້ອມບໍລິການເດີ ມີໂຊນໃຫ້ນັ່ງຫຼາກຫຼາຍ ທີ່ສຳຄັນມີວິວຕິດແຄມຂອງນຳອີກ ແລງໆເບີ່ງຕາເວັນຕົກດິນໄດ້ຟິນໆ 🌅

🥐 ວັນຈັນ - ວັນສຸກ ເປີດ 10:30ເຊົ້າ ຫາ 7ໂມງແລງ
🥐 ເສົາ-ທິດ ເປີດ 9ໂມງເຊົ້າ ຫາ 8ໂມງແລງ
📌ປິດທຸກວັນຄານ📌

🛖 ສະຖານທີ່: ບ້ານ ປ່າຝາງ, ເມືອງຫາດຊາຍຟອງ, ແຂວງນະຄອນຫລວງວຽງຈັນ Coff & Farm cafe ຂອງພວກເຮົາຕັ້ງຢູ່ ກັນເຈື່ອນແຄມ ຂອງບ້ານ ປ່າຝາງເຂດບ້ານຫ້ອມ ເຂົ້າຮ່ອມໂຮງຫມໍນ້ອຍບ້ານຫ້ອມ
ໂທລະສັບ ແລະ whatsapp : +856 20 22 232 597
( ໂທວັອດແອັບມາຈະສະດວກກວ່າ ເບີໂທແຖວນີ້ບໍ່ຄ່ອຍມີສັນຍານ )

Photos from Bacon Friday's post 25/11/2023

ຮ້ານ METISSE ~ ສູນລວມຄວາມ Luxuries ສາຍອາຫານແຖບ Western ຕ້ອງມາລອງ 🤩
• ມີທັງຫ້ອງອາຫານໂຊນທົ່ວໄປ ແລະ ຫ້ອງ VIP
• ຄາເຟ້ດ້ານຫຼັງ
• ໂຊນຂາຍເຄື່ອງລາວທີ່ລະລຶກ
• ຮ້ານສະປາ ແລະ ເລັບ
• ຫ້ອງຈຳຫນ່າຍວາຍ

📍ຕິດກັບໂຮງຮຽນລາວເຍຍລະມັນ ບ້ານດອນປ່າໃຫມ່
📞 ເບີຕິດຕໍ່ຮ້ານ +856 20 22 456 926

14/11/2023

ໄດ້ມາແລ້ວ~ ເຝີກ້ອງເລົ້າ
📍ບ້ານຫ້ອມ
ນົວເລິກສົມຄຳລ້ຳລື 😬
-.ຖ້ວຍນ້ອຍ 25,000
-.ຖ້ວຍໃນຮູບຖ້ວຍໃຫຍ່ 30,000

Photos from Bacon Friday's post 07/11/2023

ສະຫຼອງໂປຣຟາຍ . ຊື່ເພຈ . ໂລໂກ້ໃຫມ່ .. ດ້ວຍອາຫານເກົາຫລີທີ່ The best ຮ້ານ YOREE - Korean Fusion Cuisine 😋 ແຊບແສງອອກປາກ ~ ບໍ່ມີອວຍ~ ຕ້ອງໄປລອງເນີ້

Photos from Bacon Friday's post 23/10/2023

ປີ້ງເອັນແຊບ-ຖືກ-ໄມ້ໃຫຍ່-ມີໃຫ້ເລືອກຫລາຍດີ ຍັງມີຢູ່ຈິງ!!!

🎈ປີ້ງຫນ້າອາເມຊອນ&ສະກາຍມາດດົງໂດກ ຟາກທາງໄປຕະຫລາດເຂດ~
ໄມ້ລະ 1,000ກີບທຸກແບບ ແຖມຜັກພັນ+ແຈ່ວອີກສອງແຈ່ວ

🍢ມີທັງປີ້ງຕັບ,ໄຕ,ຫົວໃຈ,ໄສ້,ເອັນ,ເຫງືອກ,ຫອຍ .. ເລືອກບໍ່ໄດ້ເອົາຫມົດທຸກອັນ 😬 ເບີໂທຮ້ານຢູ່ໂພສສຸດທ້າຍໂທສອບຖາມໄດ້ເດີ

Photos from Bacon Friday's post 18/10/2023

📌ໄປຫຼວງພະບາງກິນຫຍັງດີ~ ໂພສນີ້ມີຄຳຕອບ Ep:6
ຮ້ານພິຊຊ່າ ໂປໂປໂລ ພິຊຊ່າເຕົາຟືນກຶ່ງບາ ທີ່ແປ້ງບໍ່ຫນາລະກະນຸ້ມນຶບນັບ~
ຮ້ານຈະເປັນໂທນຟ້າຄີມ ເຢັນສະບາຍຕາ~ ລະກະໄດ້ຄອນເທັ້ນຄອນໃຈໄປຫຼາຍເຕີບ
📍ພິກັດໄປຕາມແຜນທີ່ໄດ້ເນີ້ເພາະຫ່າງຈາກຕະຫລາດມືດນິສ1ຫາບໍ່ຍາກ https://maps.app.goo.gl/54kUmMyKCxxgRvcCA?g_st=ic

Photos from Bacon Friday's post 18/10/2023

📌ໄປຫຼວງພະບາງກິນຫຍັງດີ~ ໂພສນີ້ມີຄຳຕອບ Ep:5
ຮ້ານໃນຕຳນານມາພົບພານອີກຮອບ~ ຮ້ານທີ່ເຈົ້າກະຮູ້ວ່າຢູ່ໃສ 😬
ມື້ນີ້ມາແວະກິນເຂົ້າປຽກເຂົ້າ~ ແຕ່ເຮົາພັດສັ່ງເຂົ້າປຸ້ນຮ້ານຂ້າງໆ ນຳແຊບຢູ່ເດີ.. ໄປລອງກັນເບີ່ງ''

Photos from Bacon Friday's post 18/10/2023

📌ໄປຫຼວງພະບາງກິນຫຍັງດີ~ ໂພສນີ້ມີຄຳຕອບ Ep:4
ຊິພາດໄດ້ຫວາ??? ຮ້ານ Formula B
🍰 ທີ່ສຸດແຫ່ງຄວາມເຄ້ກແຊບແຫ່ງອານາຈັກຫຼວງພະບາງ~
ພະນັກງານຫນ້າຮັກແຮງ ພະລັງງານບວກເກີນຮ້ອຍສົດໃສຂາຍເກັ່ງ 😂
🍰 ມາຫຼວງພະບາງ 3ມື້ກິນເຄ້ກຮ້ານນີ້ໄປແລ້ວ 4ມື້ແຊບຊ່ຳໃດໃຫ້ທວາຍ 😬
📸ພິເສດມຸມຖ່າຍຮູບຈ້າບ~ແຮງ ມາຈັດໂລດພຣັອບພ້ອມ ມຸມພ້ອມ ແຕ່ຫນ້າຮ້ານ ຊັ້ນລຸ່ມ ຮອດຊັ້ນເທີງ 😍
📍ເສັ້ນໄປຕະຫລາດມືດຊ້າຍສວາຍກັບມິນິໂຊ

Photos from Bacon Friday's post 18/10/2023

📌ໄປຫຼວງພະບາງກິນຫຍັງດີ~ ໂພສນີ້ມີຄຳຕອບ Ep:3
ຮ້ານເຂົ້າປຽກທຳມະດາທີ່ລົດຊາດພິເສດ
📍ພິກັດຮ່ອມກ່ອນຮອດວັດຊຽງທອງ ຂີ່ສຸດຮ່ອມຮ້ານຢູ່ເບື້ອງຊ້າຍມື
ຢາກບອກຕໍ່ແຮງໆ~ ກິນກັບເຂົ້າໂຄບຄືຟິນເຂົ້າກັນສຸດໆ ຢາກໃຫ້ໄດ້ລອງ ແຊບຄວັນອອກປາກ 🤤
🍜ລາຄາເລີ່ມຕົ້ນຖ້ວຍ 25,000ກີບໄດ້ຫລາຍຈຸກໆ
🧇ເຂົ້າໂຄບຖົງລະ 3,000ກີບ

Photos from Bacon Friday's post 18/10/2023

📌ໄປຫຼວງພະບາງກິນຫຍັງດີ~ ໂພສນີ້ມີຄຳຕອບ Ep:2
ຮ້ານນ້ຳຫວານນ້ອງຫມາຄໍກີ້ເປົາເປົາທີ່ສຸດຮ໋ອດບໍ່ເວົ້າຫາບໍ່ໄດ້ແຍ້ວ~
ນອກຈາກມາກິນຊາລາເປົາ ແລະ ນ້ຳຫວານ ຍັງມີພະນັກງານໂອ້ນໆໃຫ້ຈົກພຸງນຳອີກ ລະນ້ອງກະຕ້ອນຮັບແຂກດີແຮງ 😍🐶
🍧🧁ທີ່ສຳຄັນເມນູນ້ຳຫວານມີໃຫ້ເລືອກ 20+++ກວ່າແບບ ແລະ ຊາລາເປົາມີສອງໄສ້ຫວານ&ເຄັມ

📍ຕ້ອງໄດ້ມາລອງແລ້ວແຫລະທີ່ 4ແຍກຄອກງົວທີ່ຄົນແຖວນີ້ເອີ້ນກັນຫຼືຂ້າງຮ້ານເຂົ້າອັດສະລິນ ທີ່ຣີວິວໄວ້ໂພສກ່ອນຫນ້ານີ້ເນີ້^^

Photos from Bacon Friday's post 18/10/2023

📌ໄປຫຼວງພະບາງກິນຫຍັງດີ~ ໂພສນີ້ມີຄຳຕອບ
🍝🍛 ແນະນຳເລີຍຮ້ານອາຫານອັດສະລິນ ~
ສູນລວມເມນູເຂົ້າ&ເສັ້ນ.. ຫຼາກຫຼາຍແຮງແຊບອີກລະກະໄດ້ປະລິມານຫລາຍ~
📍ພິກັດຢູ່ 4ແຍກຄອກງົວຕິດກັບຮ້ານນ້ຳຫວານນ້ອງຄໍກີ້ ເປົາເປົາ ໄປບໍ່ຮອດຈອດບໍ່ທົ່ວໂທສອບຖາມຕາມເບີເພິ່ນໄດ້ເນີ້
📞 020 2296 1555

Want your business to be the top-listed Food & Beverage Service in Vientiane?
Click here to claim your Sponsored Listing.

Videos (show all)

ຫມີກອບງົວນຸ້ມ😋
ລະດູຝົນແບບນີ້ຮັບແສງສະຫວ່າງແບບບໍ່ເພີ່ງພາໄຟ້າໄປໄວ້ໃຊ້ຈັກຊຸດບໍ່??? ເບື່ອບໍ່ທີ່ຝົນຕົກ ແລະ ໄຟດັບເປັນປະຈຳ ສັ່ງໄດ້ເດີດອກໄຟ ສາມາ...

Category

Telephone

Website

Address

Donenoun, Village, Xaythany District, VTE
Vientiane
Other Food & Drink in Vientiane (show all)
BottleKeep BottleKeep
Vientiane
Vientiane, 000000

ຊອກຫາເຄື່ງດື່ມເເລະໂປຼໂມຊັນຜ່ານ App ຂອງພວກເຮົາ ເປີດ 10:30AM - 9pm ສົ່ງຟຣີ !

ຂາຍຝັນ - Khaiy fun nomsom ຂາຍຝັນ - Khaiy fun nomsom
Vientiane

⭐️This is what dream taste like⭐️

ຮ້ານ ເຈ້ອັອດອອນໄລນ໌ ຮ້ານ ເຈ້ອັອດອອນໄລນ໌
เวียงจันทน์
Vientiane, 1456

ຮ້ານ ເຈ້ອັອດຂາຍອອນໄລນ໌ ສົນໃຈສິນຄ້າຕິດຕໍ່51110484&ເບີ92577651

ຢາປົວລົງຂາວ-ມົດລູກທ່ານໝໍສີທູຍສີຈັນທອນ Tel: 020 52164835 ຢາປົວລົງຂາວ-ມົດລູກທ່ານໝໍສີທູຍສີຈັນທອນ Tel: 020 52164835
Vientiane
Vientiane

ຂາຍເຄື່ອງອອນໄລນ໌ຈໍາໜ່າຍທົ່ວປະເທດລາວ

GomGlom ກົມກ່ອມ ນ້ຳແກງສົ້ມເຂົ້ມຂົ້ນ GomGlom ກົມກ່ອມ ນ້ຳແກງສົ້ມເຂົ້ມຂົ້ນ
พันหมั้น
Vientiane

ນ້ຳແກງສົ້ມປຸງສຳເລັດ

ເພສ໌ບໍລິສັດ ກາເຟດີວາຍຄອບຟີ້ ຂອງເເທ້100% ເພສ໌ບໍລິສັດ ກາເຟດີວາຍຄອບຟີ້ ຂອງເເທ້100%
นค หลวง เวียงจัน
Vientiane, ลาว

ຮັບຕົວແທນຂາຍລາຄາສົ່ງ ຈາກບໍລິສັດ ໂທ :0309003866-02057701393ເບີເເອັບ

Devil holy basil Devil holy basil
Lao
Vientiane

( ຜັດກະເພົາໂຕຜີ )

I'M FOOD I'M FOOD
1/8
Vientiane

Best food | Best health

Happiness by Mr.K Happiness by Mr.K
ຫັດສະດີ
Vientiane

Tshuaj Ntsuab Cwm Siav Tshuaj Ntsuab Cwm Siav
ดงโดก
Vientiane, 01080

khao nom khao nom
Vientiane

02092995270