ເພຈ ລົມເຫງົາ

ຫ້ອງຂຽນຂອງ ສ.ຈັນສີລາ

04/11/2023

Tom and Jerry
ຕອນ ສອງທະຫານເສືອຜາບແມວ (ຕໍ່) . .
ທອມແອນເຈີລີ ສະບັບແປພາສາລາວ ວາລະສານໄຜ່ໜາມ 1974
ມາເບິ່ງນໍາກັນຕໍ່ວ່າ ໜູ ຫຼື ແມວ ຜູ້ໃດແທ້ຊິເປັນຝ່າຍຖືກຜາບ 😼
(ໜ້າ 5-8 ຢູ່ໃນຄອມເມັ້ນ)

10/09/2023

My book is officially in bookstores !!
“ວິມົນທາ” ມີວາງຈໍາໜ່າຍໃນຮ້ານປຶ້ມແລ້ວເດີ

*ຮ້ານປຶ້ມດອກເກດ (Dokked)
ສະຖານທີ່: ບ້ານ ໂພນຕ້ອງສະຫວາດ
https://goo.gl/maps/ds9x3qRDLfDeyZPu9
*ຮ້ານປຶ້ມດີບຸກ (Dbook)
ສະຖານທີ່: ບ້ານ ຕານມີໄຊ (ດົງໂດກ)
https://goo.gl/maps/cNdtXwxAs9fEzzcE7
*ຮ້ານໂຕໜອນໜັງສື (TOBAY Books)
ສະຖານທີ່: ບ້ານ ທາດຫຼວງໃຕ້
https://goo.gl/maps/GbZjrbNh8fgxNDQ49 . .
ສາມາດເລືອກຊື້ເລືອກອ່ານໄດ້ທີ່ຮ້ານປຶ້ມໃກ້ບ້ານທ່ານ
ຮ່ວມຊ່ວຍກັນເຮັດໃຫ້ການອ່ານ ເປັນອີກສື່ບັນເທີງທີ່ເຮົາຖາມຫາໃນຍາມວ່າງ 📚✨

#ວິມົນທາ #ສຈັນສີລາ #ນິຍາຍລາວ #ດອກເກດ #ດີບຸກ #ໜອນໜັງສື

15/08/2023

“ວິມົນທາ” ດິນແດນແຫ່ງພັນທະສັນຍາ

ເຈົ້ານາງຮູບງາມຜູ້ເດີນທາງມາຈາກເມືອງລັບແລອັນຫ່າງໄກ ນາງກຳລັງຕາມຫາໃຜຄົນໜຶ່ງ ຜູ້ທີ່ຈະຢຸດມະຫາສົງຄາມ ທີ່ແມ່ນແຕ່ເຫຼົ່າເທບເທວະດາກໍບໍ່ອາດລ່ວງລໍ້າ ຫຼື ເຮັດແທນໄດ້

ຖ້າທ່ານເປັນຄົນໜຶ່ງເຄີຍອ່ານ “ສັນຍາຕ່າງພິພົບ” ມາແລ້ວ ນີ້ຄົງເປັນອີກຄັ້ງທີ່ຄວາມຜູກພັນລະຫວ່າງຕົວລະຄອນ ອາດເຮັດໃຫ້ທ່ານຊາບຊຶ້ງ ເສຍນໍ້າຕາ.. ຫວັງວ່າທ່ານຈະເປີດໃຈ

📚 ລາຄາ 99,000 ກີບ
📦 ສັ່ງຊື້ 2 ເຫຼັ້ມ (ສົ່ງຟຣີທົ່ວອານາຈັກ)

#ວິມົນທາ #ນິຍາຍລາວ #ສຈັນສີລາ #ລົມເຫງົາ

Photos from ເພຈ ລົມເຫງົາ's post 08/08/2023

ເຊົ້າທີ່ຝົນລິນ ສ.ຈັນສີລາ ໄດ້ມີໂອກາດເຂົ້າຮ່ວມງານເສວະນາ ເປິກສາຫາລື ກ່ຽວກັບການສົ່ງເສີມສຽງແຄນລາວ ແລະ ການຂັບລໍາ ທີ່ສວນໄຜ່ພັນກໍ ເຊິ່ງຈັດຂຶ້ນໂດຍ ທ່ານນາງ ດາຣາ ວີຣະວົງສ໌ ກັນລະຍາ ສິນລະປິນແຫ່ງຊາດ ແລະ ທ່ານນາງ ດວງເດືອນ ບຸນຍາວົງ ສິນລະປິນດີເດັ່ນ

ກ່ອນເລີ່ມງານ ສ.ຈັນສີລາ ໄດ້ຖືໂອກາດມອບໜັງສືໃຫ້ແກ່ ທ່ານນາງ ດວງເດືອນ ບຸນຍາວົງ ຫົວໜ້າບັນນາທິການຂອງໜັງສື “ວິມົນທາ” ແລະ ໂອ້ລົມສົນທະນາກັນໃນວົງນັກຂຽນ

ພາຍໃນງານ ບັນດາການນໍາກະຊວງ ກຖວ ປະທານສະມາຄົມສຽງແຄນລາວ ບັນດານັກຄິດນັກຂຽນ ລວມທັງຂະແໜງການອື່ນໆທີ່ກ່ຽວຂ້ອງກໍໄດ້ໃຫ້ກຽດເຂົ້າຮ່ວມ ແລກປ່ຽນຄວາມຄິດຄວາມເຫັນ ແລະ ສະເໜີແນວທາງຕ່າງໆໃນການສົ່ງເສີມ

ກ່ອນຈົບງານ ທັງປະທານຈັດງານ ແລະ ບັນດາແຂກເຂົ້າຮ່ວມຕ່າງມີຄໍາເຫັນໃນທາງດຽວກັນວ່າການປະຊຸມເປິກສາຫາລືຄັ້ງນີ້ໄດ້ຮັບໝາກຜົນອັນເປັນປະໂຫຍດ ແລະ ເຫັນດີວ່າຄວນສືບຕໍ່ໃນວາລະຄັ້ງໜ້າ ເພື່ອພາລະກິດທີ່ມີຮ່ວມກັນ

#ດອກເກດ #ສຈັນສີລາ #ວິມົນທາ

07/08/2023

ຂໍສະແດງຄວາມຍິນດີກັບທັງ 2 ທ່ານ 🥳
ແຂກ ສະກຸນຮັກ
Loung Loungthip

Thank You for 100 Orders 🥰
ເນື່ອງໃນໂອກາດການສັ່ງຈອງຄົບ 100 ເຫຼັ້ມພໍດີ ທາງເຮົາຈະມີການສ່ຽງແຈກຖົງຜ້າວິມົນທາ ທັງໝົດ 2 ໜ່ວຍ ໃຫ້ກັບທ່ານນັກອ່ານທີ່ສັ່ງຈອງໄວ້ລ່ວງໜ້າ (ຖ້າຮັບໄດ້ເລີຍ!!)
----------
ສໍາລັບທ່ານທີ່ສົນໃຈສັ່ງຊື້ ຕອນນີ້ມີຈໍາໜ່າຍແລ້ວເດີ
ລາຄາ 49,000 ກີບ (2ໜ່ວຍ 90,000 ກີບ)

#ວິມົນທາ #ຖົງຜ້າ #ສິນຄ້າລາວ
#ສຈັນສີລາ #ລົມເຫງົາ

Photos from ເພຈ ລົມເຫງົາ's post 03/08/2023

Vientiane Times Newspaper 🗞
ບົດຄວາມແນະນໍາໂດຍຫຍໍ້ກ່ຽວກັບນັກຂຽນ
ຂໍຂອບໃຈທີມຂ່າວວຽງຈັນທາມ

31/07/2023

Tom and Jerry
ຕອນ ສອງທະຫານເສືອຜາບແມວ . .
ຫຼາຍອາທິດກ່ອນໄດ້ໄປຢ້ຽມເຮືອນນັກຂຽນອາວຸໂສທ່ານໜຶ່ງ ເພິ່ນກໍເລີຍເອົາຂອງຕ້ອນຕິດມືໃຫ້ເປັນປຶ້ມເກົ່າສາມສີ່ເຫຼັ້ມ ເຊິ່ງໃນນັ້ນມີທອມແອນເຈີລີ!! ສະບັບແປພາສາລາວ ຕີພິມລົງໃນວາລະສານໄຜ່ໜາມ 28 ກັນຍາ 1974 ເຫັນໜ້າສົນໃຈດີກໍເລີຍນໍາມາແບ່ງປັນໃຫ້ເຫັນປະຫວັດສາດສິ່ງພິມລາວນໍາກັນ

26/07/2023

ເຫັນນັກອ່ານຫຼາຍທ່ານສອບຖາມກັນເຂົ້າມາ.. ຕອນນີ້ໝົດອີ່ຫຼີເຈົ້າ 🥹
“ສັນຍາຕ່າງພິພົບ” ສາມາດຫາອ່ານໄດ້ທີ່:
*ຫໍສະໝຸດແຫ່ງຊາດ
*ຫໍສະໝຸດນະຄອນຫຼວງວຽງຈັນ
*ຮ້ານ Comma Coffee-Reading Room
#ສັນຍາຕ່າງພິພົບ #ສຈັນສີລາ

25/07/2023

Thank You for 100 Orders 🥰
ເນື່ອງໃນໂອກາດການສັ່ງຈອງຄົບ 100 ເຫຼັ້ມພໍດີ ທາງເຮົາຈະມີການສ່ຽງແຈກຖົງຜ້າວິມົນທາ ທັງໝົດ 2 ໜ່ວຍ ໃຫ້ກັບທ່ານນັກອ່ານທີ່ສັ່ງຈອງໄວ້ລ່ວງໜ້າ (ຖ້າຮັບໄດ້ເລີຍ!!)
----------
ສໍາລັບທ່ານທີ່ສົນໃຈສັ່ງຊື້ ຕອນນີ້ມີຈໍາໜ່າຍແລ້ວເດີ
ລາຄາ 49,000 ກີບ (2ໜ່ວຍ 90,000 ກີບ)

#ວິມົນທາ #ຖົງຜ້າ #ສິນຄ້າລາວ
#ສຈັນສີລາ #ລົມເຫງົາ

14/07/2023

ໂຊກຊາຕາ ອາດນໍາພາເຮົາໃຫ້ໄດ້ພົບໃຜຄົນໜຶ່ງ
ຄົນທີ່ຫົວໃຈປາຖະໜາ ແລະ ເຝົ້າຖາມຫາ

“ວິມົນທາ” ຈາກ ສ.ຈັນສີລາ
ດິນແດນແຫ່ງພັນທະສັນຍາ ການຕາມຫາ ຕໍ່ສູ້ ເພື່ອຮັກສາ..

🛒 ສັ່ງຈອງໄດ້ແລ້ວທີ່ນີ້
📚 ສັ່ງ 2 ເຫຼັ້ມຂຶ້ນໄປ ສົ່ງຟຣີທົ່ວປະເທດ
📦 ເລີ່ມຈັດສົ່ງທັນທີຫຼັງປິດການສັ່ງຈອງ 04 ສິງຫາ

#ວິມົນທາ
#ນິຍາຍລາວ #ສຈັນສີລາ #ລົມເຫງົາ

10/01/2023

ສະບາຍດີ ທຸກໆຄົນ~ 🧚🏻‍♀️🧙🏻‍♂️✨
ເນື່ອງຈາກໄວໆນີ້ ສ.ຈັນສີລາ ມີແຜນຈະຕີພິມນະວະນິຍາຍເຫຼັ້ມໃໝ່, ເລີຍຕ້ອງການເພື່ອນຮ່ວມງານ (ນັກແຕ້ມ) ເພື່ອມາສ້າງສັນງານພາບໃຫ້ກັບໜັງສື ກ່ອນຕີພິມອອກສູ່ສາຍຕາຜູ້ອ່ານ. ສໍາລັບ style ພາບ ຕອນນີ້ຍັງເປີດກວ້າງ.

ລາຍລະອຽດ: ແຕ້ມປົກໜັງສື, ພາບປະກອບ (ຂາວດໍາ) ແລະ ພາກສ່ວນອື່ນໆ (ຖ້າມີ)

ເງື່ອນໄຂ:
- ມີຄວາມຮູ້-ເຂົ້າໃຈກ່ຽວກັບປະຫວັດສາດ ແລະ ວັດທະນະທຳລາວ
- ຊໍານານໃນການແຕ້ມຮູບ landscape ທໍາມະຊາດ, ໃສ່ໃຈລາຍລະອຽດ

ຄ່າຕອບແທນ: 2-3 ລ້ານກີບ.

ສໍາລັບທ່ານທີ່ສົນໃຈສາມາດສົ່ງຊີວະປະຫວັດ ແລະ ຊ່ອງທາງຕິດຕໍ່ ພ້ອມແນບຜົນງານຂອງທ່ານມາໄດ້ທີ່: [email protected] ຕັ້ງແຕ່ ມື້ນີ້ ຈົນເຖິງ 23 ມັງກອນ 2023...................
ໝາຍເຫດ:
- ທຸກຜົນງານທາງເຮົາຮັບປະກັນບໍ່ມີການເຜີຍແຜ່ຕໍ່ ຫຼື ນໍາໃຊ້ເພື່ອຜົນປະໂຫຍດສ່ວນຕົວຢ່າງເດັດຂາດ.

#ເພຈລົມເຫງົາ #ສຈັນສີລາ #ນັກແຕ້ມ #ນິຍາຍເລື່ອງໃໝ່

30/06/2022

ສັງຄົມກັດກິນ

28/06/2022

ພາບຊົງຈໍາ..

Want your public figure to be the top-listed Public Figure in Vientiane?
Click here to claim your Sponsored Listing.

Videos (show all)

Category

Address


Vientiane
Other Writers in Vientiane (show all)
Let’s me thank Let’s me thank
Vientiane

ເສື້ອຜ້ານ່າຮັກ ຄຸນະພາບດີ ລາຄາເປັນກ?

S a d W a h S a d W a h
Vientiane

🫶🏻 ຂໍຂອບໃຈ 23.702 followers >

Nraug Hmoob FC Nraug Hmoob FC
Vientiane

บังเทีง

World Economic World Economic
Vientiane

ຕົວຫນັງສື ຕົວຫນັງສື
Vientiane

ຢາກໃຫ້ຄົນລາວສະຫນັບສະຫນູນນັກຂຽນລາວ?

การเดินทางของพีที การเดินทางของพีที
Vientiane

เรื่องเล่า..บันทึกความทรงจำ 📖 คู่รัก ท่องเที่ยว อินลาว🇹🇭🇱🇦

Tuah ha mae mg bc Tuah ha mae mg bc
Vientiane Capital
Vientiane

Hao ja sad pai nam kun 🩴😩

𝑭𝒂𝒌𝒆 𝒍𝒐𝒗𝒆 𝑭𝒂𝒌𝒆 𝒍𝒐𝒗𝒆
Vientiane

𝙣𝙤 𝙢𝙖𝙩𝙩𝙚𝙧 𝙝𝙤𝙬 𝙥𝙖𝙞𝙣𝙛𝙪𝙡 𝙥𝙡𝙚𝙖𝙨𝙚 𝙙𝙤𝙣'𝙩 𝙛 -ถึงจะเจ็บปวดแค่ไหน ก็ขอไม่ลืมมัน-

N.R ບາລານxot N.R ບາລານxot
Vientiane

ເຊຣ່ຳປູກຜົມຄຸນນະະພາບພີມ້ຽມ

Tem pai lueay Tem pai lueay
Vientiane

ແຕ້ມໄປເລື້ອຍ ພູມໃຈສະເໜີ ການດອງທີ່ບໍ່ມີສິ້ນສຸດ

Gửi Gió Gửi Gió
Vientiane

Hôm nay bạn thế nào? Hãy nói với tôi hôm nay bạn thất vọng thế nào nhé

JUNKAI-Chinese JUNKAI-Chinese
Vientiane