Association For The Deaf

Association For the Deaf (AFD) is a self help association that promotes rights of Deaf and hard of h

Association For the Deaf (AFD) is a self help association that promotes the rights of Deaf and Hard of Hearing (D&HH) people in Lao PDR. AFD conducts activities and promotes Sign Language in
accordance with the Convention on the Rights of Persons with Disabilities (CRPD) Article 21 which states that all appropriate measures should be taken to ensure that persons with disabilities have freedom of

Photos from Lao Disabled Womens Development Center's post 01/05/2024
01/05/2024

ຊົມເຊີຍ ວັນກຳມະກອນສາກົນ
HAPPY INTERNATIONAL LABOUR DAY
1 ພຶດສະພາ 2024 & 1 May 2024

12/04/2024

🌼💦ສະບາຍດີປີໃຫມ່ລາວ ພສ 2567💦🌼
ໃນວາລະດີ ທີ່ຂື້ນປີໃຫມ່ ພສ 2567 ສະມາຄົມຄົນຫູໜວກ ຂໍອວຍພອນໄຊອັນປະເສີດແດ່ຜູ້ນຳພັກ-ລັດ ປະຊາຊົນລາວບັນດາເຜົ່າ ຈົ່ງມີແຕ່ຄວາມສຸກ ມີພາລະນາໄມທີ່ແຂງແຮງສົມບູນ,ປະສົບຜົນສຳເລັດໃນທຸກໆດ້ານ.

Photos from Association For The Deaf's post 03/04/2024

ກອງປະຊຸມສະຫຼຸບລາຍງານການຈັດຕັ້ງປະຕິບັດ ກ່ຽວກັບ ໂຄງການ ສ້າງຄວາມເຂັ້ມແຂງການສື່ສານພາສາມືຂັ້ນຊຸມຊົນ ແຂວງ ຫຼວງພະບາງ ແລະ ແຂວງຫົວພັນ
ພິທີດັ່ງກ່າວໄດ້ຈັດຂື້ນໃນວັນທີ 27 ມີນາ 2024 ຢູ່ທີ່ເຮືອນພັກ ເກດນະພາ ເມືອງວຽງໄຊ ແຂວງ ຫົວພັນ

ລະຫວ່າງ, ກົມນະໂຍບາຍຕໍ່ຜູ້ມີຜົນງານ, ພິການ ແລະ ຜູ້ອາຍຸສູງ ແລະ ສະມາຄົມຄົນຫູຫນວກ. ເຊິ່ງເປັນປະທານໂດຍ ທ່ານ ສຸລິວົງ ຫຼ້າໜໍ່ສະຫວັນ, ຮອງຫົວໜ້າກົມນະໂຍບາຍຕໍ່ຜູ້ມີຜົນງານ, ພິການ ແລະ ຜູ້ອາຍຸສູງ, ທ່ານ ແປ້ນ ໄຊຍະທຳ ຮອງຫົວໜ້າພະແນກ ຮສສ ແຂວງ ຫົວພັນ, ທ່ານ ສົມບູມ ພົມມະປັນຍາ ຮອງຫົວໜ້າພະແນກ ຮສສ ແຂວງຫລວງພະບາງ ແລະ ທ່ານ ໄພວັນ ວົງນາລາດ ຮອງປະທານສະມາຄົມຄົນຫູໜວກ. ນອກຈາກນັ້ນ ຍັງມີຕາງຫນ້າຈາກ ພະແນກພາຍໃນ, ຫ້ອງການນະຄອນຫຼວງ, ພະແນກການຕ່າງປະເທດ ຈາກນະຄອນຫຼວງວຽງຈັນ, ຫລວງພະບາງ ແລະ ແຂວງຫົວພັນ ເຂົ້າຮ່ວມເປັນສັກຂີພະຍານ. ວາລະ ສຳຄັນຫລັກ ຂອງກອງປະຊຸມຄື:

1.ອ່ານຂໍ້ຕົກລົງຮັບເອົາໂຄງການ ຈາກກະຊວງການຕ່າງປະເທດ
2. ປະທານມີຄຳເຫັນ
3.ນຳສະເຫນີເນື້ອໃນ ແລະ ແຜນຈັດຕັ້ງປະຕິບັດໂຄງການ ພ້ອມດ້ວຍ ການລົງນາມເຊັນບົດບັນທຶກ MOU

ສະໜັບສະໜູນໂດຍ: ອົງການ Voice

28/03/2024

ຍີນດີກັນຄົນພິກການທີ່ສາມາດເສັງໃບຂັບຂີ່ໄດ້ແລ້ວ!

Photos from Association For The Deaf's post 07/03/2024

ກອງປະຊຸມກ່ຽວກັບ ການສົ່ງເສີມສິດທິພາສາມື ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ ແລະ ​ຜົນ​ກະ​ທົບ​ການ​ປະ​ເມີນ​ຜົນ​ “ການພັດທະນາ​ສິດ​ທິ​ພາ​ສາ​ມື” ​ໄດ້​ຈັດ​ຂຶ້ນ​​ໃນ​ວັນ​ທີ 27 ກຸມພາ​ ຫາ​ ວັນທີ 1 ມີນາ 2024 ຢູ່​ບາງກອກ, ປະ​ເທດ​ໄທ.

🌏ໂດຍ​ເປັນປະທານກອງປະຊຸມ ທ່ານ Dr. Joseph J.Murray ປະທານ ສະຫະພັນຄົນຫູໜວກໂລກ (WFD), ທ່ານນາງ Susana Stiglich ໜ້າທີ່ສິດທິພາສາມື ເປຣູ ສະຫະພັນຄົນຫູໜວກໂລກ (WFD) ແລະ ທ່ານນາງ Ikumi Kawamata ພະແນກບັນຫາລະດັບທົ່ວໂລກ ມູນນິທິ The Nippon Foundation ພ້ອມນັ້ນຍັງມີ ສະມາຄົມຄົນຫູໜວກ ຈາກປະເທດຕ່າງໆ 6 ປະເທດເຊັ່ນ:
🇸🇬 ສະມາຄົມຄົນຫູໜວກ ປະເທດສິງກະໂປ (SADEAF)
🇹🇭 ສະມາຄົມຄົນຫູໜວກ ແຫ່ງຊາດປະເທດໄທ (NADT)
🇲🇨 ສະມາຄົມສະ​ຫວັດ​ດີ​ການ​ຄົນ​ຫູ​ຫນວກ​ ປະເທດອິນ​ໂດ​ເນ​ເຊຍ (IAWD)
🇲🇾 ສະຫະພັນຄົນຫູໜວກ ປະເທດມາເລເຊຍ (MFD)
🇻🇳 ສູນ​ການ​ສຶກ​ສາ​ຈິດ​ໃຈ ແລະ​ ການ​ປະ​ຍຸກ​ສໍາ​ລັບ ​ຄົນ​ຫູ​ຫນວກ ປະເທດຫວຽດນາມ (PARD)

🎯ຈຸດປະສົງໃນກອງປະຊຸມ ແລະ ​​ງານດັ່ງກ່າວໄດ້ສຸມໃສ່ແບ່ງປັນສິ່ງທ້າທາຍ, ຄວາມຄືບໜ້າ, ການປະຕິບັດທີ່ດີທີ່ສຸດ, ແລະ ສົ່ງເສີມການຮ່ວມມື ລະຫວ່າງ ສະມາຄົມຄົນຫູໜວກ ແຫ່ງຊາດ ໃນພາກພື້ນອາຊີຕາເວັນອອກສຽງໃຕ້ ໄປສູ່ການຮັບຮູ້ທາງດ້ານກົດໝາຍຂອງ ພາສາມື ເພຶ່ອຮັບປະກັນສິດທິພາສາມື ເພື່ອສະໜັບສະໜູນ ແລະ ບັນລຸ​ໄດ້​ການ​ຮັບ​ຮູ້​ທາງ ​ກົດໝາຍ​ຂອງ​ພາສາ​ມືຊາດ​ຂອງ​ ລັດຖະບານ​ໃນ​ພາກ​ພື້ນ​ອາຊີ ດັ່ງ​ນັ້ນເພື່ອ​ໃຫ້​ພວກ​ເຮົາ​ສາມາດ​ຮັບປະກັນ​ໂອກາດ​ເທົ່າ​ທຽມ​ກັນ ​ສຳລັບ​ຄົນ​ຫູ​ໜວກ​ທຸກ​ຄົນ​ໃນ​ສັງຄົມ ດັ່ງ​ທີ່​ໄດ້​ລະບຸ​ໄວ້​ໃນ​ມາດຕາ
21(e) ຂອງ UN ສົນທິສັນຍາສາກົນວ່າດ້ວຍສິດທິຂອງຄົນພິການ.

🤝ພາຍຫຼັງໄດ້ເຂົ້າຮ່ວມປະຊຸມແລ້ວທາງ ສະມາຄົມຄົນຫູໜວກ ກໍ່ຈະໄດ້ນຳເອົາຄວາມຮູ້ໄປໃຊ້ ແລະ ພັດທະນາກັບປະເທດຕົນເອງ ເພື່ອຈັດຕັ້ງປະຕິບັດການດຳເດີນການຮັບຮອງພາສາມືລາວຕາມເປົ້າໝາຍ CRPD ຂອງປະເທດລາວ ໃນປີນີ້ຈົນຮອດປີ 2027ຕາມແຜນງານໂຄງການຂອງພວກເຮົາ ແລະ ປະຕິບັດໜ້າທີ່ໃນການເປັນຄູ່ຮ່ວມງານ ແລະ ສະໜັບສະໜູນຢູ່ຄຽງຄູ່ ກັບ ສະຫະພັນຄົນຫູໜວກໂລກ (WFD), ສະຫະພັນຄົນຫູໜວກໂລກ ກອງເລຂາທິການພາກພື້ນອາຊີ (WFDRSA) ແລະ ສະມາຄົມຄົນຫູໜວກປະເທດຕ່າງໆ 6 ປະເທດ.

🙏🏼ຂໍສະແດງຄວາມຂອບໃຈມາຍັງ ມູນນິທິ The Nippon Foundation (日本財団) ແລະ World Federation of the Deaf Ry (WFD) ທີ່ໄດ້ໃຫ້ໂອກາດໃນການຂະຫຍາຍສຽງຂອງ ຊຸມຊົນຄົນຫູໜວກ ປະເທດລາວ ແລະ ໃນພາກພື້ນ.

31/12/2023

🎉ສະບາຍດີປີໃໝ່ 2024🎆
🎉Happy New year 2024🎆

31/12/2023
29/12/2023

📣ປະກາດຂ່າວພາສາມື🙌🙌🙌
👏 ຄັ້ງທໍາອິດ ໃນປະເທດລາວ ກັບງານນັບຖອຍຫຼັງ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ Vientiane Countdown 2024, ຢູ່ທີ່ປະຕູໄຊ ນະຄອນຫຼວງວຽງຈັນ✨ ໂດຍມີ ບໍລິສັດ ເບຍລາວ ຈໍາກັດ ເປັນຜູ້ໃຫ້ການ ອຸປະຖຳຫລັກ ຢ່າງເປັນທາງການ !

ຮ່ວມຮັບຊົມ ການຫຼິ້ນໄຟ ແສງສີ ສຽງດົນຕີ ແລະ ອາຫານຫຼາກຫຼາຍ ແລະ ຮ່ວມຮັບຊົມ ການຈູດບັ້ງໄຟ/ພຸ ສຸດຍິ່ງໃຫຍ່ ອະລັງການ ທີ່ປະຕູໄຊ ໂດຍງານຈະເລີ່ມຕັ້ງແຕ່ ວັນທີ 29 ເຖິງ 31 ທັນວາ 2023 ນີ້.

ຢ່າລືມ ມາຮ່ວມນັບຖອຍຫຼັງ ແລະ ສະເຫຼີມສະຫຼອງຕ້ອນຮັບປີ 2024 ປີແຫ່ງການທ່ອງທ່ຽວ (Visit Laos Year) ແລະ ສ້າງຄວາມຊົງຈຳ ດີໆທີ່ບໍ່ມີສິ້ນສຸດ ໄປພ້ອມໆກັນ 🎆 🎇

24/12/2023

🎊🎄ສຸກສັນວັນຄຣິດສະມາດ & Marry Christmas 2023 🎄🎊
ຂໍອວຍພອນໃຫ້ທຸກທ່ານມີຄວາມສຸກໆ

Photos from Association For The Deaf's post 20/12/2023

ງານເປິດຕົວວິດີໂອຮູບເງົາ ເຂົ້າສູ່ການເດີນທາງການເບິ່ງເຫັນໃນມູມມອງຂອງໂລກຄົນຫູໜວກ ແລະ ການສົນທະນາກ່ຽວກັບຄົນຫູໜວກທີ່ມີປະສົບການລົ້ມເຫຼວໃນຊິວິດ
ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 14 ທັນວາ 2023 ທີ່ ສະຖາບັນຝຣັ່ງ

ໂດຍ​ເປັນປະທານ ທ່ານ Voice Global, ອົງການThe Constellation, ອົງການVisual, ຜູ້ທີ່ໄດ້ເຂົ້າຮ່ວມມື, ສະມາຊິກຄົນຫູໜວກສະມາຄົມຄົນຫູໜວກ ເຂົ້າຮ່ວມງານເປິດຕົວວິດີໂອຮູບເງົາ ເຂົ້າສູ່ການເດີນທາງການເບິ່ງເຫັນໃນມູມມອງຂອງໂລກຄົນຫູໜວກ ແລະ ການສົນທະນາກ່ຽວກັບຄົນຫູໜວກທີ່ມີປະສົບການລົ້ມເຫຼວໃນຊິວິດ ເພື່ອໃຫ້ສັງຄົມຮັບຮູ້ທົ່ວໄປໃນປະເທດລາວ.

ຂໍຂອບໃຈ ອົງການ Voice Global ປະເທດ ເນເທີແລນ ທີ່ໃຫ້ການສະໜັບສະໝູນສະມາຄົມຄົນຫູໜວກມາໂດຍຕະຫຼອດໆ.

19/12/2023

Voice ແລະ Oxfam in Laos ຢາກຂໍເຊີນຊວນ ທຸກທ່ານເຂົ້າຮ່ວມກິດຈະກຳອອນໄລນ໌ ເພື່ອເປັນການສະເຫຼີມສະຫຼອງ ເດືອນແຫ່ງວັນຄົນພິການສາກົນ ດ້ວຍການໂພສວິດີໂອ ສັ້ນ ທີ່ມີເນື້ອຫາກ່ຽວກັບ "ການມີສ່ວນຮ່ວມຂອງຄົນພິການໃນສັງຄົມ" ເພື່ອຮ່ວມຊິງລາງວັນ
ລາງວັນທີ 1 ໄດ້ຮັບເງິນ ຈຳນວນ 1.000.000 LAK
ລາງວັນທີ 2 ໄດ້ຮັບເງິນ ຈຳນວນ 800.000 LAK
ລາງວັນທີ 3 ໄດ້ຮັບເງິນ ຈຳນວນ 600.000 LAK
ໂດຍມີເງື່ອນໄຂດັ່ງນີ້:
- ທຸກຄົນ ທີ່ມີອາຍຸ 15 ປີຂຶ້ນໄປ
- ໂພສ ວິດີໂອຂອງທ່ານທີ່ມີແນວຄວາມຄິດສ້າງສັນ ລົງ Facebook ຄວາມຍາວບໍ່ເກີນ 1.30 ນາທີ
- ມີເນື້ອຫາກ່ຽວກັບ: "ເຈົ້າຈະເຮັດແນວໃດເພື່ອສົ່ງເສີມການມີສ່ວນຮ່ວມຂອງຄົນພິການໃນສັງຄົມໃຫ້ຫຼາຍຂື້ນ?"
- ພ້ອມແທັກຈ໌ Facebook ເພຈຂອງ Voice ແລະ Oxfam in Laos
- ຕາມດ້ວຍ hashtag
• ເລີ່ມ ຕັ້ງແຕ່ວັນທີ 19 ຈົນເຖິງ 25 ທັນວາ 2023
• ປະກາດຜົນຜູ່ໄດ້ຮັບລາງວັນ ໃນວັນທີ 27 ທັນວາ 2023
ມາຮ່ວມກັນເຂົ້າຮ່ວມກິດຈະກຳເພື່ອສ້າງການມີສ່ວນຮ່ວມໃຫ້ກັບທຸກຄົນໃນສັງຄົມນຳກັນເດີ້!
Voice and Oxfam in Laos would like to invite you to join the online campaign in order to celebrate the International Day of People with Disabilities by posting a short video with a content about "The inclusiveness for people with disabilities " to win the prize
1st Prize: 1.000.000 LAK
2nd Prize: 800.000 LAK
3rd Prize: 600.000 LAK
Criteria:
- Age: 15 - Up
- Post your video with creative ideas on Facebook, no longer than 1.30 minutes
- Content on: "How will you do to promote the inclusiveness for people with disabilities in society?"
- Then tag the page of Voice and Oxfam in Laos
- Write the hashtag
• Start from 19-25 December 2023
• The winners announcement will be on 27 December 2023
Let's come together to participate in activities to raise the inclusiveness for everyone in society!

Photos from Association For The Deaf's post 16/12/2023

ງານສະເຫຼີມສະຫຼອງວັນຄົນພິການ 2023 Celebrating the International Day of Persons with Disabilities 2023
ໃນວັນທີ16 ທັນວາ 2023

ທິມອົງການHI ກັບ ທິມສະມາຄົມຄົນຫູໜວກ(AFD) ເດີ່ນເຕະບານສະມັກຄີ🤝

ພວກເຮົາເປັນສະມາຊິກ (AFD) ຂໍຂອບໃຈ ອົງການHI ສົ່ງເສີມເສື້ອກິລາ20ຜືນໃຫ້ແກ່ສະມາຊິກຈາກສະມາຄົມຄົນຫູໜວກ.
ສະຖານທີ່ ພາກຊັນ

15/12/2023

ຂ່າວດີບອກຕໍ່📌
👉ຄົນທີ່ມີຄວາມພິການ ມີສິດເຂົ້າຮຽນຂັບລົດ ແລະ ສອບເສັງເອົາໃບຂັບຂີ່ ຕາມສະພາບຕົວຈິງຂອງແຕ່ລະຄົນ
ມາຮ່ວມຍິນດີນຳກັນຫຼາຍໆເດີ!😊

13/12/2023

👉 ຂໍຮຽນເຊີນຊວນທຸກທ່ານມາຮ່ວມເບິ່ງງານການເປິດຕົວວີດີໂອຂອງຄົນຫູໜວກ.
ຮັບຮອງວ່າຖ້າທຸກທ່ານໄດ້ມາແລ້ວຈະໄດ້ທ່ອງທ່ຽວໂລກກວ້າງກັບການເບິ່ງ ແລະ ຮັບຟັງນຳພວກເຮົາແນ່ນອນ.

👉 ເວທີສຳຫຼັບຄົນຫູໜວກທີ່ມີປະສົບການລົ້ມເຫຼວ
👉 ພ້ອມການຮຽນຮູ້ພາສາມືຂັ້ນພື້ນຖານ
👉 ແຈກຢາຍກາເຟ ຊາ ເຂົ້າໜົມ (ເຮັດດ້ວຍຄົນຫູໜວກຈາກ ຮ້ານກາເຟ ມິນນະໂນະ ຫຼັກ5)

📍ທີ່ສະຖາບັນຝຣັ່ງ
https://maps.app.goo.gl/3VxC8h8m7tVqa3EK8
🗓️ງານເລີ່ມວັນທີ 14/12/2023
🕰️ເວລາ 17:30 -19:30 ໂມງ
👌🏼ຂໍຮຽນເຊີນທຸກທ່ານ ເຂົ້າຮ່ວມຟຣີ!
💻ເຂົ້າຮ່ວມທາງອອນລາຍໄດ້ທີ່zoom

ຢ່າລືມມາພົບກັນເດີທຸກຄົນ ຂໍຂອບໃຈ🙏

13/12/2023

ຂໍຮຽນເຊີນຊວນທຸກທ່ານມາຮ່ວມງານສະເຫຼີມສະຫຼອງ ວັນຄົນພິການແຫ່ງຊາດ ແລະ ສາກົນ 2023

ວັນທີ16 ທັນວາ 2023

ພາກເຊົ້າ: 👨‍🦽👩‍🦽ເດີ່ນກິລາໃນຮົ່ມສູນການຟື້ນຟູໜ້າທີການ ເລີ່ມ 8 ໂມງ 30 ເປັນຕົ້ນໄປ
📍https://maps.app.goo.gl/FWee1X3JDeoRERpL6

ພາກບ່າຍ:🕺💃👯‍♂️ ຊັ້ນໃຕ້ດິນຫ້າງນາກາ (ປາກຊັນ)
ເລີ່ມ 13:30 ໂມງເປັນຕົ້ນໄປ
📍https://maps.app.goo.gl/bBRakSVtau1Q8jsy6

12/12/2023

👉 ຂໍຮຽນເຊີນຊວນທຸກທ່ານມາຮ່ວມເບິ່ງງານການເປິດຕົວວີດີໂອຂອງຄົນຫູໜວກ.
ຮັບຮອງວ່າຖ້າທຸກທ່ານໄດ້ມາແລ້ວຈະໄດ້ທ່ອງທ່ຽວໂລກກວ້າງກັບການເບິ່ງ ແລະ ຮັບຟັງນຳພວກເຮົາແນ່ນອນ.

👉 ເວທີສຳຫຼັບຄົນຫູໜວກທີ່ມີປະສົບການລົ້ມເຫຼວໃນຊີວິດ

👉 ພ້ອມການຮຽນຮູ້ພາສາມືຂັ້ນພື້ນຖານ
👉 ແຈກຢາຍກາເຟ ຊາ ເຂົ້າໜົມ (ເຮັດດ້ວຍຄົນຫູໜວກຈາກ ຮ້ານກາເຟ ມິນນະໂນະ ຫຼັກ5)

📍ທີ່ສະຖາບັນຝຣັ່ງ
https://maps.app.goo.gl/3VxC8h8m7tVqa3EK8

🗓️ງານເລີ່ມວັນທີ 14/12/2023
🕰️ເວລາ 17:30 -19:30 ໂມງ
👌🏼ຂໍຮຽນເຊີນທຸກທ່ານ ເຂົ້າຮ່ວມຟຣີ!
💻ເຂົ້າຮ່ວມທາງອອນລາຍໄດ້ທີ່zoom

ຢ່າລືມມາພົບກັນເດີທຸກຄົນ ຂໍຂອບໃຈ🙏

Photos from Houng Ah Loun Technology's post 07/12/2023

🙏ຂໍຂອບໃຈ ບໍລິສັດຮຸ່ງອາລຸນເທັກໂນໂລຢີ ທີ່ໄດ້ສ້າງເວັບໄຊໃນການເຂົ້າເຖິງຂໍ້ມູນຂ່າວສານໃຫ້ແກ່ສະມາຄົມຄົນຫູໜວກ ພາຍໃນໄລຍະ3ເດືອນ ຈົນຮອດປະຈຸບັນໄດ້ສຳເລັດແລ້ວ 👏
ທາງສະມາຄົມຄົນຫູໜວກຂອງພວກເຮົາຂໍຂອບໃຈ ແລະ ຊາບຊຶ້ງເປັນຢ່າງຫຍິ່ງ

02/12/2023

👏👏ຊົມເຊີຍ! ໃນວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ ຢ່າງສຸດໃຈ.🇱🇦

Photos from Association For The Deaf's post 28/11/2023

👉 ຂໍຮຽນເຊີນຊວນທຸກທ່ານມາຮ່ວມເບິ່ງງານການເປິດຕົວວີດີໂອຂອງຄົນຫູໜວກ.
ຮັບຮອງວ່າຖ້າທຸກທ່ານໄດ້ມາແລ້ວຈະໄດ້ທ່ອງທ່ຽວໂລກກວ້າງກັບການເບິ່ງ ແລະ ຮັບຟັງນຳພວກເຮົາແນ່ນອນ.

👉 ເວທີສຳຫຼັບຄົນຫູໜວກທີ່ມີປະສົບການລົ້ມເຫຼວ
👉 ພ້ອມການຮຽນຮູ້ພາສາມືຂັ້ນພື້ນຖານ
👉 ແຈກຢາຍກາເຟ ຊາ ເຂົ້າໜົມ (ເຮັດດ້ວຍຄົນຫູໜວກຈາກ ຮ້ານກາເຟ ມິນນະໂນະ ຫຼັກ5)

📍ທີ່ສະຖາບັນຝຣັ່ງ
https://maps.app.goo.gl/3VxC8h8m7tVqa3EK8
🗓️ງານເລີ່ມວັນທີ 14/12/2023
🕰️ເວລາ 17:30 -19:30 ໂມງ
👌🏼ຂໍຮຽນເຊີນທຸກທ່ານ ເຂົ້າຮ່ວມຟຣີ!
💻ເຂົ້າຮ່ວມທາງອອນລາຍໄດ້ທີ່zoom

ຢ່າລືມມາພົບກັນເດີທຸກຄົນ ຂໍຂອບໃຈ🙏

24/11/2023

📣ຂ່າວພາສາມື🙌🙌🙌
ຊົມເຊີຍ...
ສະເຫຼີມສະຫຼອງວັນສິດທິເດັກໂລກຄົບຮອບ 34ປີ "ສີຟ້າ" ແມ່ນສັນຍາລັກຂອງສິດທິເດັກ ສະຖານທີ່ສຳຄັນຫຼາຍແຫ່ງໃນໂລກໄດ້ເປີດໄຟສີຟ້າເພື່ອສະເຫຼີມສະຫຼອງວັນເດັກໂລກ 20 ພະຈິກ 2023 ຜ່ານມາ

🔵✅ "ສີຟ້າ" ແມ່ນສັນຍາລັກຂອງສິດທິເດັກ

22/11/2023

📣ແຈ້ງຂ່າວດີ 🙌🙌🙌
ລັດວິສາຫະກິດລົດເມ ໄດ້ໃຫ້ບໍລິການຂີ່ລົດເມກັບລົດຕຸກໄຟຟ້າ (ຟຣີ) ໃນໄລຍະຂອງ ບຸນນະມັດສະການພຣະທາດຫລວງວຽງຈັນ ໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກກໍຄືການນໍານະຄອນຫຼວງວຽງຈັນ ເພື່ອຊ່ວຍຫຼຸດຜ່ອນ ການແອອັດຕາມທ້ອງຖະຫນົນ ອໍານວຍຄວາມສະດວກໃຫ້ພໍ່, ແມ່, ປະຊາຊົນ ເດີນທາງປະຢັດ ແລະ ປອດໄພ

📌ເລີ່ມໃຫ້ບໍລິການ ວັນທີ 23-27/11/2023 ເວລາ 17:00 - 22:25 ໂມງ ເປັນຕົ້ນໄປຂອງທຸກໆມື້ງານບຸນ ຈະມີໃຫ້ບໍລິການທັງຫມົດ 9 ສາຍທາງ

ຂໍເຊີນຊວນມວນຊົນທຸກທ່ານຫັນມາໃຊ້ບໍລິການ ລົດເມສາທາລະນະນໍາກັນຟຣີ!!✨ ເຫັນລົດເມຜ່ານເອີ້ນເລີຍ.

15/11/2023

ປະກາດຂ່າວພາສາມື🙌🏼🙌🏼🙌🏼
ເກີດເຫດຜູ້ສາວຖືກຜູ້ຊາຍຊຸດດຳລັກພາໂຕໃນວັນທີ 10 ພະຈິກ 2023 ຜ່ານມາ ເວລາ 8ໂມງແລງ ຢູ່ບ້ານຂົວຫຼວງ ນະຄອນຫຼວງວຽງຈັນ

ຜູ້ຖືກອຸ້ມແມ່ນເມຍຂອງເຈົ້າຂອງຮ້ານຊື່ດັງ ອາຫຼົງຂາຍອາໄຫຼຢູ່ໄຟແດງ 5ແຍກຂົວຫຼວງ

ຜູ້ຍິງ ເມຍຂອງອາຫຼົງ ຂາຍອາໄຫຼ
ທີ່ຖືກກຸ່ມຄົນຈີນ ລັກພາໂຕ ແລ້ວເອີ້ນຄ່າໄຖ່
5ລ້ານໂດລ່າ ປະຈຸບັນສາມາດ ຊ່ວຍນຳໂຕມາໄດ້ແລ້ວ ຜູ້ກ່ຽວແມ່ນປອດໄພ...

Photos from Association For The Deaf's post 07/11/2023

ກອງປະຊຸມພິທີເຊັນ ບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການສ້າງຄວາມເຂັ້ມແຂງການສື່ສານພາສາມືຂັ້ນຊຸມຊົນ

ພິທີດັ່ງກ່າວໄດ້ຈັດຂື້ນໃນວັນທີ 6 ພະຈິກ 2023 ຢູ່ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ ຫຼວງພະບາງ

ລະຫວ່າງ, ກົມນະໂຍບາຍຕໍ່ຜູ້ມີຜົນງານ, ພິການ ແລະ ຜູ້ອາຍຸສູງ ແລະ ສະມາຄົມຄົນຫູຫນວກ. ເຊິ່ງເປັນປະທານໂດຍ ທ່ານ ບຸນເຫລື່ອມ ມະນີວົງ, ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງ ແຂວງຫຼວງພະບາງ, ທ່ານ ແສງອາລຸນ ຫລວງລາດ ຮອງຫົວໜ້າກົມນະໂຍບາຍຕໍ່ຜູ້ມີຜົນງານ, ພິການ ແລະ ຜູ້ອາຍຸສູງ ແລະ ທ່ານ ໄພວັນ ວົງນາລາດ ຮອງປະທານສະມາຄົມຄົນຫູໜວກ. ນອກຈາກນັ້ນ ຍັງມີຕາມຫນ້າຈາກ ພະແນກພາຍໃນ, ແຮງການນະຄອນຫຼວງ, ພະແນກການຕ່າງປະເທດ ຈາກນະຄອນຫຼວງ ວຽງຈັນ, ຫລວງພະບາງ ແລະ ແຂວງຫົວພັນ ເຂົ້າຮ່ວມເປັນສັກຂີພີຍານ. ວາລະ ສຳຄັນຫລັກ ຂອງກອງປະຊຸມຄື: 1)
ອ່ານຂໍ້ຕົກລົງຮັບເອົາໂຄງການ ຈາກກະຊວງການຕ່າງປະເທດ, 2) ປະທານມີຄຳເຫັນ ແລະ 3)ນຳສະເຫນີເນື້ອໃນ ແລະ ແຜນຈັດຕັ້ງປະຕິບັດໂຄງການ ພ້ອມດ້ວຍ ການລົງນາມເຊັນບົດບັນທຶກ MOU

ສະໜັບສະໜູນໂດຍ: ອົງການ ວອຍ&Voice

20/10/2023

📣ປະກາດຂ່າວພາສາມື🙌🙌🙌
👏ງານຕະຫລາດນັດແຮງງານ ເພື່ອສົ່ງເສີມການມີວຽກເຮັດຢູ່ພາຍໃນປະເທດ ແລະ ການສ້າງຄວາມເຂົ້າໃຈໃນການໄປເຮັດວຽກຢູ່ຕ່າງປະເທດ ໃຫ້ຖືກຕ້ອງ ແລະ ປອດໄພ (Job Fair) ລະຫວ່າງ ວັນທີ 27-29 ຕຸລາ 2023 ທີ່ສູນການຄ້າລາວໄອເຕັກ.

12/10/2023

#ປະກາດຂ່າວພາສາມື🙌🙌🙌
ຄລິບຈາກກ້ອງວົງຈອນປິດກ່ອນທີ່ຈະຈັບໂຈນດຶງສາຍຄຳ ທີ່ບ້ານຫົວຂົວ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
ວັນທີ 10 ຕຸລາ 2023 ຜ່ານມາ

ຈາກຜູ້ເຫັນເຫດການໄດ້ໃຫ້ຂໍ້ມູນວ່າ ຜູ້ຖືກດຶຫງສາຍຄຳແມ່ນຂັບໄລ່ນຳໂຈນ ລົດທີ່ຟົ້ງໄປດ້ານໜ້າຄາດວ່າໜ້າຈະແມ່ນຜູ້ຕົກເປັນເຫຍື່ອທີ່ຂັບລົດນຳ ແລະ ເກີດອຸບັດຕິເຫດນຳກັນ ແນວໃດກໍ່ຂໍຊົມເຊີຍພົນລະເມືອງດີທີ່ໄດ້ຊ່ວຍກັນຈັບໂຈນຊົ່ວນີ້ໄດ້ ແລະ ຂໍໃຫ້ທ່ານທັງຫຼສຍທີ່ໃສ່ເຄື່ອງປະດັບທີ່ມີຄ່າຕ້ອງລະມັດລະວັງມີສະຕິໃຫ້ຫຼາຍຂື້ນ.

#ລະວັງ...!
ຕ້ອງເຕືອນໂຕເອງຕະຫຼອດວ່າ ຖ້າບໍ່ແມ່ນໝາ🐕ທີ່ເຮົາລ້ຽງ ຕໍ່ໃຫ້ເປັນພັນທີ່ເປັນມິດ ແລະ ໜ້າຮັກສຳໃດກໍ່ຕາມ ສັດກໍ່ຄືສັດ ມັນມີສັນຊາດຕະຍານຂອງມັນ

06/10/2023

ຊົມເຊີຍ​ ວັນຄູ​ແຫ່ງຊາດ​ 7​ ຕຸລາ​ ຄົບຮອບ​ 29​ ປີ​ (7​ ຕຸລາ​ 1994-7​ ຕຸລາ​ 2023)​
ຂໍອວຍພອນໄຊໃຫ້ຄູທຸກໆທ່ານທົ່ວປະເທດລາວ ຈົ່ງມີສຸຂະພາບແຂງແຮງ ປະສົບສຳເລັດຕໍ່ໜ້າທີວຽກງານ ຕະຫຼອດໄປ...🙌🙌🙌

01/10/2023

📣ຂ່າວພາສາມື🙌🙌
RIP ດ້ວຍຮັກ ແລະ ອາໄລ ຈ່ອຍ ເຊຍລາວ, ຜູ້ພາກກິລາ, ພິທີກອນກິລາ ຫຼື ພິທີກອນລາວສະຕາ ທີ່ຫຼາຍຄົນຮູ້ຈັກ ໄດ້ເຖິງແກ່ມໍລະນະກຳໃນມື້ນີ້.

ຈ່ອຍ ເຊຍລາວ ຫຼື ຊື່ເຕັມ ພຸດດາມອນ ຈັນທະລາສີ ໄດ້ເສຍຊີວິດກະທັນຫັນ ໃນມື້ນີ້ ວັນທີ 30 ກັນຍາ 2023 ທີ່ຫ້ອງພັກ ໃນຂະນະທີ່ໄປປະຕິບັດໜ້າທີ່ ປະຈຳງານມະຫະກຳກິລາເອຊຽນ ຄັ້ງທີ 19 ທີ່ເມືອງຫາງໂຈ ປະເທດຈີນ.

ທາງທີມງານໂທລະໂຄ່ງຂໍສະແດງຄວາມເສຍໃຈມາຍັງຄອບຄົວທີ່ໄດ້ເສຍຄົນຮັກໄປຢ່າງບໍ່ຫວນຄືນມາ ແລະ ວົງການກິລາທີ່ໄດ້ເສຍບຸກຄະລາກອນຄົນສຳຄັນໄປອີກໜຶ່ງຄົນ🙏

25/09/2023

ງານສະເຫຼີມສະຫຼອງວັນສັບປະດາສາກົນຂອງຄົນຫູໜວກ ແລະ ວັນພາສາມືສາກົນ ວັນທີ 23 ກັນຍາ 2023 ທີ່ ນະຄອນຫຼວງວຽງຈັນ

ຫົວຂໍ້ສຳລັບປີ2023:
ໂລກ,ທີ່ທຸກບ່ອນຄົນຫູໜວກສາມາດດ້ວຍພາສາມືໄດ້.

ກິດຈະກຳໃນວິດີໂອ.

Want your organization to be the top-listed Government Service in Vientiane?
Click here to claim your Sponsored Listing.

Videos (show all)

ຊົມເຊີຍ ວັນກຳມະກອນສາກົນHAPPY INTERNATIONAL LABOUR DAY1 ພຶດສະພາ 2024 & 1 May 2024
🎉ສະບາຍດີປີໃໝ່ 2024🎆🎉Happy New year 2024🎆
📣ປະກາດຂ່າວພາສາມື🙌🙌🙌👏 ຄັ້ງທໍາອິດ ໃນປະເທດລາວ ກັບງານນັບຖອຍຫຼັງ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ Vientiane Countdown 2024, ຢູ່ທີ...
🎊🎄ສຸກສັນວັນຄຣິດສະມາດ & Marry Christmas 2023 🎄🎊ຂໍອວຍພອນໃຫ້ທຸກທ່ານມີຄວາມສຸກໆ
👉 ຂໍຮຽນເຊີນຊວນທຸກທ່ານມາຮ່ວມເບິ່ງງານການເປິດຕົວວີດີໂອຂອງຄົນຫູໜວກ.ຮັບຮອງວ່າຖ້າທຸກທ່ານໄດ້ມາແລ້ວຈະໄດ້ທ່ອງທ່ຽວໂລກກວ້າງກັບການເບ...
ຂໍຮຽນເຊີນຊວນທຸກທ່ານມາຮ່ວມງານສະເຫຼີມສະຫຼອງ ວັນຄົນພິການແຫ່ງຊາດ ແລະ ສາກົນ 2023ວັນທີ16 ທັນວາ 2023ພາກເຊົ້າ: 👨‍🦽👩‍🦽ເດີ່ນກິລາໃນ...
👏👏ຊົມເຊີຍ! ໃນວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ ຢ່າງສຸດໃຈ.🇱🇦
📣ຂ່າວພາສາມື🙌🙌🙌 ຊົມເຊີຍ...ສະເຫຼີມສະຫຼອງວັນສິດທິເດັກໂລກຄົບຮອບ 34ປີ  "ສີຟ້າ" ແມ່ນສັນຍາລັກຂອງສິດທິເດັກ ສະຖານທີ່ສຳຄັນຫຼາຍແຫ່ງ...
📣ແຈ້ງຂ່າວດີ 🙌🙌🙌ລັດວິສາຫະກິດລົດເມ ໄດ້ໃຫ້ບໍລິການຂີ່ລົດເມກັບລົດຕຸກໄຟຟ້າ (ຟຣີ) ໃນໄລຍະຂອງ ບຸນນະມັດສະການພຣະທາດຫລວງວຽງຈັນ  ໂດຍປ...
ປະກາດຂ່າວພາສາມື🙌🏼🙌🏼🙌🏼ເກີດເຫດຜູ້ສາວຖືກຜູ້ຊາຍຊຸດດຳລັກພາໂຕໃນວັນທີ 10 ພະຈິກ 2023 ຜ່ານມາ ເວລາ 8ໂມງແລງ ຢູ່ບ້ານຂົວຫຼວງ ນະຄອນຫຼວ...
📣ປະກາດຂ່າວພາສາມື🙌🙌🙌👏ງານຕະຫລາດນັດແຮງງານ ເພື່ອສົ່ງເສີມການມີວຽກເຮັດຢູ່ພາຍໃນປະເທດ ແລະ ການສ້າງຄວາມເຂົ້າໃຈໃນການໄປເຮັດວຽກຢູ່ຕ່າ...
#ປະກາດຂ່າວພາສາມື🙌🙌🙌ຄລິບຈາກກ້ອງວົງຈອນປິດກ່ອນທີ່ຈະຈັບໂຈນດຶງສາຍຄຳ ທີ່ບ້ານຫົວຂົວ ເມືອງໄຊເສດຖາ  ນະຄອນຫຼວງວຽງຈັນວັນທີ 10 ຕຸລາ ...

Telephone

Address


Phonsavang-Nongtha Road, Unit 55, Phonsavang Village, Chanthabury District
Vientiane
P.O.BOX6751

Opening Hours

Monday 09:00 - 16:00
Tuesday 09:00 - 16:00
Wednesday 09:00 - 16:00
Thursday 09:00 - 16:00
Friday 09:00 - 16:00

Other Vientiane government services (show all)
U.S. Embassy Vientiane U.S. Embassy Vientiane
Vientiane

This page is dedicated to exchanging information and goodwill between the United States and the Lao PDR.

Mr. Cool ນ້ອງຄູນ Mr. Cool ນ້ອງຄູນ
Nongbon Village, Nongbon Road
Vientiane

This is an official page for Mr Cool, Mr Cool is an official name of Indochina Bank mascot

ກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
450 Tower, Thongkhankham, Lao Pdr
Vientiane, 7864

ກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ http://dpcm.monre.gov.la/lo/

Laos Australia Institute Laos Australia Institute
Setthathirath Avenue, Xiengnheun Village
Vientiane, 01000

Australia's Human Resource Development program in the Lao PDR

Laosocialmarket.com Laosocialmarket.com
13 Street
Vientiane, 18000

LAO SMM : Lao Social Media Market

Bluehawaii 130 Bluehawaii 130
34/4 เวียงจัน
Vientiane, 01000

ແອັດມິນ ບໍລີການດີ

MTCP Alumni Laos MTCP Alumni Laos
Nongbone Road, Ban Phonexay
Vientiane, 0116

MTCP ALUMNI LAOS

KOFIH Laos Office ອົງການໂກຟີ ປະຈຳລາວ KOFIH Laos Office ອົງການໂກຟີ ປະຈຳລາວ
3rd Floor, Premier Building, Setthathirath Road, Simeuang, Sisattanak District
Vientiane

Korea Foundation for International Healthcare (KOFIH) is a specialized government organization

HoangQuoc91 HoangQuoc91
Vientiane

@mrb888

Laos Think Tank Laos Think Tank
Vientiane
Vientiane

ເສີມສ້າງຄວາມຮູ້ສູ່ສັງຄົມລາວ

CRVS Project CRVS Project
ກະຊວງພາຍໃນ. ຄຸ້ມນາໃຮ່ດຽວ ໃນຮົ້ວສຳນັກງານນາຍົກລັດຖະມົນຕີ
Vientiane, 010000

ເພຈ໌ນີ້ ເປັນແຫລ່ງຮວບຮວມຂໍ້ມູນກ່ຽວກັບວຽກງານ ການຈົດທະບຽນຄອບຄົວ ແລະ ສະຖິຕິພົນລະເມືອງ

ຢຸ່ກັບຊີວະນາໆພັນ ຢຸ່ກັບຊີວະນາໆພັນ
Vientiane, 0000

ເພື່ອເກັບກຳຂໍ້ມູນສັດສາວາສິ່ງ ທີ່ມີ